ຣາຕຣີໄຮ້ຈັນ - ສົມຟອງ

ຣາຕຣີໄຮ້ ຈັນກະຈ່າງ
ດາວເລືອນລາງ ຈາກອົກຟ້າ
ລົມເຢັນ ໆ ພັດຜ່ານມາ
ປ່ຽວອຸຣາ ໜາວຈົນສັ່ນສາຍ

ຄົນເຄີຍຊິດ ເຊີຍຄຽງຂ້າງ
ມາແຮມຮ້າງ ຫ່າງໄປໃສ
ດວງໃຈຄວນ ແສນປວດໃຈ
ຢູ່ແຫ່ງໃດ ຫຍັງຈຶ່ງບໍ່ມາ

ຄອຍ ໆ ໆ ຕັ້ງຕາຄອຍ
ໃຈລອຍ ໆ ຫຼົງຄອຍວ່າ
ດວງໃຈເຮົາ ຄົງມາຫາ
ອະນິຈຈາ ບໍ່ເຫັນແມ້ນເງົາ

ຄອຍ ໆ ຫາຍ ຊາຍເມີນໜ້າ
ໃຈເຫວ່ວ້າ ຈິຕງຽບເຫງົາ
ຣາຕຣີແຮມ ໄຮ້ໝູ່ດາວ
ປຽບອົກເຮົາ ໄຮ້ຄົນແອບອິງ

ຣາຕຣີໄຮ້ ຈັນກະຈ່າງ
ດາວເລືອນລາງ ຈາກອົກຟ້າ
ລົມເຢັນ ໆ ພັດຜ່ານມາ
ປ່ຽວອຸຣາ ໜາວຈົນສັ່ນສາຍ

ຄົນເຄີຍຊິດ ເຊີຍຄຽງຂ້າງ
ມາແຮມຮ້າງ ຫ່າງໄປໃສ
ດວງໃຈຄວນ ແສນປວດໃຈ
ຢູ່ແຫ່ງໃດ ຫຍັງຈຶ່ງບໍ່ມາ

ຄອຍ ໆ ໆ ຕັ້ງຕາຄອຍ
ໃຈລອຍ ໆ ຫຼົງຄອຍວ່າ
ດວງໃຈເຮົາ ຄົງມາຫາ
ອະນິຈຈາ ບໍ່ເຫັນແມ້ນເງົາ

ຄອຍ ໆ ຫາຍ ຊາຍເມີນໜ້າ
ໃຈເຫວ່ວ້າ ຈິຕງຽບເຫງົາ
ຣາຕຣີແຮມ ໄຮ້ໝູ່ດາວ
ປຽບອົກເຮົາ ໄຮ້ຄົນແອບອິງ



Credits
Writer(s): Simon Phoumsavan
Lyrics powered by www.musixmatch.com

Link