ຮັກບໍ່ລືມ

ເກີດຊາດນີ້ ຂໍຮັກດຽວຮັກບໍ່ລືມ
ໂລກສະຫລາຍ ເປັນເຖົ່າຖ່ານຮັກບໍ່ລືມ
ໄດ້ນວນນ້ອງ ຄອງໃຈຢູ່ຮັກບໍ່ລືມ
ດິນປົກໜ້າ ຫ້າຮ້ອຍທີຮັກບໍ່ລືມ

ຈະຊື່ຕຣົງ ຫລົງພຽງນາງຮັກບໍ່ລືມ
ດື່ມໃຈໜັກ ເໝືອນນາງແກ້ວຮັກບໍ່ລືມ
ຊົ່ວດິນຟ້າ ໂລກາສິ້ນ ຮັກບໍ່ລືມ
ບໍ່ຖະຫວິນ ຜິນຈາກນ້ອງຮັກບໍ່ລືມ

ຂໍໄຫວ້ວອນ ວານເທວາມາປົກປ້ອງ
ໄດ້ຄຽງສອງ ສົມດັ່ງໃຈປຣາຖະໜາ
(ຍິງ)ອື່ນໝື່ນແສນ ແມ່ນລອຍມາຈາກສະຫວັນ
ບໍ່ໃຝ່ຝັນ ຜູກສັມພັນຮັກບໍ່ລືມ

ຈະຢູ່ໃສ ໃກ້ຫລືໄກຮັກບໍ່ລືມ
ຫລັບຍັງຝັນ ເຫັນດວງໜ້າຮັກບໍ່ລືມ
ຢາກຄຽງຂວັນ ນວນເນື້ອອຸ່ນຮັກບໍ່ລືມ
ຫາກດັ່ງຫວັງ ສົມດັ່ງໃຈຮັກບໍ່ລືມ

ຂໍໄຫວ້ວອນ ວານເທວາມາປົກປ້ອງ
ໄດ້ຄຽງສອງ ສົມດັ່ງໃຈປຣາຖະໜາ
(ຍິງ)ອື່ນໝື່ນແສນ ແມ່ນລອຍມາຈາກສະຫວັນ
ບໍ່ໃຝ່ຝັນ ຜູກສັມພັນຮັກບໍ່ລືມ

ຈະຢູ່ໃສ ໃກ້ຫລືໄກຮັກບໍ່ລືມ
ຫລັບຍັງຝັນ ເຫັນດວງໜ້າຮັກບໍ່ລືມ
ຢາກຄຽງຂວັນ ນວນເນື້ອອຸ່ນຮັກບໍ່ລືມ
ຫາກດັ່ງຫວັງ ສົມດັ່ງໃຈຮັກບໍ່ລືມ
ບໍ່ລືມຮັກບໍ່ລືມ... ບໍ່ລືມຮັກບໍ່ລືມ...



Credits
Writer(s): Simon Phoumsavan
Lyrics powered by www.musixmatch.com

Link