ລືມກັນ - ເພັດສະໝອນ

ລືມກັນ ລືມກັນ ລືມກັນເສຍເຖີດຄົນດີ
ນັບແຕ່ວັນນີ້ ຢ່າມີໄມຕຣີຕໍ່ກັນ
ຕັດສະຫວາດ ຂາດຄວາມສຳພັນ
ສິ່ງເກົ່າໆຈົ່ງລືມມັນ ເລີກກ່ຽວພັນກັນເທາະເຮົາ

ເມື່ອນ້ອງມີ ທີ່ຮັກອື່ນຊື່ນສຸກສັນ
ເມື່ອແບ່ງປັນ ຫົວໃຈໃຫ້ຊາຍອື່ນເຂົາ
ອ້າຍກໍຕ້ອງຈຳ ທົນຣະກັມທົນຫງອຍເຫງົາ
ຫັກຫ້າມຈິດຄິດເຖິງເຈົ້າ ແຕ່ນີ້ຕໍ່ໄປ

ຊັງກັນ ຊັງກັນ ຊັງກັນເສຍເຖີດຄົນດີ
ຮັກຢູ່ຢ່າງນີ້ ຄົງມີແຕ່ຄວາມອັບອາຍ
ເບື່ອແສນເບື່ອ ຜູ່ຍິງຫລາຍໃຈ
ແອບມີຄູ່ຢູ່ເລື້ອຍໄປ ມັກປ່ຽນຊາຍຫລາຍໆຄົນ

ປ່ຽນຜູ່ຊາຍ ຄ້າຍກັບປ່ຽນເສື້ອຫລາກສີ
ໂອ້ ເທພີ ນ້ອງຄົງຈະເພີນສຸກລົ້ນ
ເຫັນຢູ່ເຕັມຕາ ຈົນລະອາໃຈສຸດທົນ
ຈຶ່ງຕ້ອງຈາກພາກໄກພົ້ນ ກວ່າຊີບມະລາຍ

ຊັງກັນ ຊັງກັນ ຊັງກັນເສຍເຖີດຄົນດີ
ຮັກຢູ່ຢ່າງນີ້ ຄົງມີແຕ່ຄວາມອັບອາຍ
ເບື່ອແສນເບື່ອ ຜູ່ຍິງຫລາຍໃຈ
ແອບມີຄູ່ຢູ່ເລື້ອຍໄປ ມັກປ່ຽນຊາຍຫລາຍໆຄົນ

ປ່ຽນຜູ່ຊາຍ ຄ້າຍກັບປ່ຽນເສື້ອຫລາກສີ
ໂອ້ ເທພີ ນ້ອງຄົງຈະເພີນສຸກລົ້ນ
ເຫັນຢູ່ເຕັມຕາ ຈົນລະອາໃຈສຸດທົນ
ຈຶ່ງຕ້ອງຈາກພາກໄກພົ້ນ ກວ່າຊີບມະລາຍ



Credits
Writer(s): ເພັດສະໝອນ ພູນສະຫວັນ
Lyrics powered by www.musixmatch.com

Link